Skip to content

ການເຮັດທຸລະກິດໃນ ສປປ ລາວ : ອຸປະສັກຕໍ່ປະສິດທິພາບຂອງການຜະລິດ

ຈັດພິມໂດຍ: Open Development Laos

ຂໍ້ມູນໃໝ່ທີ່ມີສະແດງວ່າ ສະພາບແວດລ້ອມໃນການດຳເນີນທຸລະກິດໃນ ສປປ ລາວ ບໍ່ໄດ້ຮັບການປັບປຸງ ແລະ ອາດເສື່ອມໂຊມລົງ. ອຸປະສັກຕົ້ນຕໍໃນການດຳເນີນທຸລະກິດ ທີ່ລະບຸ ຢູ່ໃນການສຳຫຼວດທຸລະກິດປີ 2016 ແມ່ນການດຳເນີນທຸລະກິດທີ່ບໍ່ເປັນໄປຕາມລະບຽບກົດໝາຍ ເຊິ່ງມີ 40 ສ່ວນຮ້ອຍຂອງຫົວໜ່ວຍທຸລະກິດທີ່ເຂົ້າຮ່ວມ ເຫັນວ່າ ເປັນບັນຫາຕົ້ນຕໍ, ຕາມມາດ້ວຍ 33 ສ່ວນຮ້ອຍເຫັນວ່າເປັນຍ້ອນອັດຕາອາກອນ ແລະ 23 ສ່ວນຮ້ອຍວ່າແມ່ນຍ້ອນການຂົນສົ່ງ. ສປປ ລາວ ມີອັດຕາການຂະຫຍາຍຕົວຂອງເສດຖະກິດທີ່ສູງ ໃນຊ່ວງທົດສະວັດທີ່ຜ່ານມາ, ມີອັດຕາການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນ ສະເລ່ຍ 7 ສ່ວນຮ້ອຍ, ເຊິ່ງສ່ວນໃຫຍ່ແມ່ນອີງໃສ່ ຊັບພະຍາກອນທຳມະຊາດ. ເຖິງຢ່າງໃດກໍຕາມ ການຫຼຸດລົງຂອງຄວາມທຸກຍາກແມ່ນບໍ່ໄດ້ເທົ່າທີ່ຄວາມ ແລະ ບັນຫາຄວາມບໍ່ສະເໝີພາບກໍ່ຍັງເພີ່ມຂຶ້ນ. ບັນຫາຕົ້ນຕໍ ທີ່ເປັນອຸປະສັກຕໍ່ການລົງທຶນ ແມ່ນຫົວໜ່ວຍທຸລະກິດທີ່ດຳເນີນການບໍ່ຖືກຕ້ອງຕາມລະບຽບການ ເຊິ່ງ 40 ສ່ວນຮ້ອຍຂອງຫົວໜ່ວຍທຸລະກິດ ເຫັນວ່າເປັນບັນຫາໃຫຍ່. ຕາມມາດ້ວຍສິ່ງທີ່ເປັນອຸປະສັກ ອັນດັບສອງກໍຄືອັດຕາອາກອນ, ເຊິ່ງເປັນບັນຫາສຳລັບຫົວໜ່ວຍທຸລະກິດ 33ສ່ວນຮ້ອຍ. ນອກຈາກນີ້ ຫົວໜ່ວຍທຸລະກິດຈຳນວນໜຶ່ງ ຍັງຖືວ່າການຂົນສົ່ງ, ກະແສໄຟຟ້າ ແລະ ແຮງງານທີ່ບໍ່ມີການສຶກສາພຽງພໍ ເປັນອຸປະສັກສຳຄັນໃນການທຸລະກິດ. ໃນທົ່ວປະເທດ ວິສາຫະກິດຢູ່ທາງພາກເໜືອ ແລະ ພາກໃຕ້ ມີທ່າອ່ຽງຢືນຢັນບັນຫາເຫຼົ່ານນີ້ເປັນອຸປະສັກ ຫຼາຍກວ່າຫົວໜ່ວຍທຸລະກິດທາງພາກກາງ ຫຼື ນະຄອນຫຼວງວຽງຈັນ.

ແຫຼ່ງຂໍ້ມູນ (1)

ເບິ່ງຕົວຢ່າງຂໍ້ມູນ - Doing business in Lao PDR : constraints to productivity

Additional Info

Field Value
ປະເພດເອກະສານ Reports, journal articles, and research papers (including theses and dissertations)
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້ Economy and commerce
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 1
ສັນຍາລິຂະສິດ Creative Commons Attribution
ຜູ້ຂຽນ (ອົງການຈັດຕັ້ງ) World Bank
ຜູ້ຈັດພິມ World Bank
ປີຈັດພິມ 2018
ຈຳນວນໜ້າ 78
ວັນທີອັບໂຫຼດ ພຶດສະພາ 29, 2019, 04:06 (UTC)
ວັນທີດັດແປງ ພະຈິກ 29, 2019, 04:00 (UTC)