ນັບແຕ່ການຈັດຕັ້ງປະຕິບັດ ການປະຕິຮູບດ້ານເສດຖະກິດໃນ ສປປ ລາວ, ເຊິ່ງເລີ່ມປະມານປີ 1990, ຜົນຜະລິດເຂົ້າໄດ້ຂະຫຍາຍຕົວຫຼຸດລົງທຽບກັບປະຊາກອນ ແຕ່ວ່າການປູກພືດ ສ້າງລາຍຮັບ ແລະ ການລ້ຽງສັດແມ່ນມີທ່າອ່ຽງເພີ່ມສູງກວ່າປະຊາກອນ. ແຫຼ່ງຂໍ້ມູນຂອງເຫດການເຫຼົ່ານີ້ລວມມີ (i) ການປະຕິຮູບເພື່ອຫຼຸດຜ່ອນອຸປະສັກ ດ້ານການຄ້າພາຍໃນປະເທດ ຂອງສິນຄ້າກະເສດໃນ ສປປ ລາວ. ພື້ນທີ່ທີ່ມີຄວາມສະດວກໃນການປູກພືດ ແລະ ລ້ຽງສັດ ສາມາດຂາຍສິນຄ້າຂອງຕົນ ເພື່ອແລກປ່ຽນກັບເຂົ້າ. ເຊິ່ງບໍ່ມີຄວາມຈຳເປັນສຳລັບ ບັນດາຄົວເຮືອນ ທີ່ຕ້ອງປູກເຂົ້າເພື່ອຮັບປະກັນຄວາມພຽງພໍຕໍ່ການບໍລິໂພກພາຍໃນ. (ii) ການຟື້ນຟູສາຍພົວພັນຊາຍແດນທີ່ດີລະຫວ່າງ ສປປ ລາວ ແລະ ໄທ ໝາຍຄວາມວ່າ ການຄ້າລະຫວ່າງຊາຍແດນສອງປະເທດ ໄດ້ຫຼຸດພົ້ນຈາກສິ່ງກີດຂວາງເນື່ອງຈາກຄວາມເຄັ່ງຕຶງທາງການເມືອງ. ນອກຈາກນີ້ ຂະບວນການປະຕິຮູບດັ່ງກ່າວໃນ ສປປ ລາວ ຍັງຊ່ວຍຫຼຸດຜ່ອນອຸປະສັກ ໃນການຄຸ້ມຄອງການຄ້າສາກົນ ກັບໄທ, ຈີນ ແລະ ຫວຽດນາມ. (iii) ການຂະຫຍາຍຕົວຢ່າງວ່ອງໄວຂອງເສດຖະກິດໄທ, ຈີນ ແລະ ຫວຽດນາມ, ເຊິ່ງມີຊາຍແດນອັນກວ້າງຍາວຕິດກັບ ສປປ ລາວ, ເຮັດໃຫ້ຄວາມຕ້ອງການສິນຄ້າປູກຝັງ ແລະ ສັດລ້ຽງເພີ່ມຂຶ້ນມະຫາສານ, ເຊິ່ງສິນຄ້າບາງປະເພດສາມາດຜະລິດໃນ ສປປ ລາວ ໄດ້ຢ່າງມີປະສິດທິຜົນ.