Skip to content

ປະຫວັດຂໍ້ມູນດ້ານເສດຖະກິດຂອງ ສປປ ລາວ:​ ການເຮັດທຸລະກິດປີ 2019

ຈັດພິມໂດຍ: Open Development Laos

ບົດລາຍງານໝາຍເລກສິບຫົກໃນຊຸດບົດລາຍງານປະຈຳປີ ທີ່ສົມທຽບລະບຽບການທາງທຸລະກິດໃນ 190 ປະເທດ, ບົດລາຍງານການເຮັດທຸລະກິດ 2019 ລວມມີ 11 ຂົງເຂດລະບຽບການດ້ານທຸລະກິດ. 10 ຂົງເຂດໃນນີ້ລວມມີ: ການຕັ້ງທຸລະກິດ, ການເຮັດໃບອະນຸຍາດການກໍ່ສ້າງ, ການເອົາໄຟຟ້າເຂົ້າ, ການຂຶ້ນທະບຽນຊັບສິນ, ການຂໍອະນຸມັດສິນເຊື່ອ, ການປົກປ້ອງນັກລົງທຶນກຸ່ມນ້ອຍ, ການຈ່າຍອາກອນ, ການຄ້າລະຫວ່າງຊາຍແດນ, ການເຮັດສັນຍາ ແລະ ການແກ້ໄຂຂໍ້ຂັດແຍ່ງ ແມ່ນລວມເຂົ້າເປັນຄະແນນຄວາມສະດວກ ໃນການເຮັດທຸລະກິດ ແລະ ການຈັດອັນດັບຄວາມສະດວກໃນການເຮັດທຸະກິດ. ນອກຈາກສອງການວັດແທກນີ້, ບົດລາຍງານການເຮັດທຸລະກິດ ຍັງວັດແທກໃນດ້ານລະບຽບການ ຂອງຕະຫຼາດແຮງງານ. ບົດລາຍງານການເຮັດທຸລະກິດ ໃຫ້ການວັດແທກວັດຖຸປະສົງ ຂອງລະບຽບການທຸລະກິດ ແລະ ການປະຕິບັດໃນ 190 ປະເທດ ແລະ ຕົວເມືອງທີ່ຄັດເລືອກ ໃນລະດັບອະນຸປະເທດ ແລະ ພາກພື້ນ. ບົດລາຍງານປະຫວັດຂໍ້ມູນດ້ານເສດຖະກິດຂອງ ສປປ ລາວ ນຳສະເໜີຕົວຊີ້ວັດ ຂອງ ສປປ ລາວ; ສຳລັບປີ 2019 ສປປ ລາວແມ່ນຢູ່ໃນອັນດັບ 154.

ແຫຼ່ງຂໍ້ມູນ (1)

ເບິ່ງຕົວຢ່າງຂໍ້ມູນ - Economy Profile of the Lao People's Democratic Republic: Doing Business 2019

Additional Info

Field Value
ປະເພດເອກະສານ Reports, journal articles, and research papers (including theses and dissertations)
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້ Economy and commerce
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 2018
ສັນຍາລິຂະສິດ Creative Commons Attribution
ຜູ້ຂຽນ (ອົງການຈັດຕັ້ງ) World Bank Group
ຜູ້ຈັດພິມ World Bank Group
ປີຈັດພິມ 2018
ຈຳນວນໜ້າ 59
ວັນທີອັບໂຫຼດ ສິງຫາ 30, 2019, 08:48 (UTC)
ວັນທີດັດແປງ ພະຈິກ 19, 2019, 03:35 (UTC)