ໃນພາກທີ່ I ຂອງບົດຄວາມນີ້, Renshaw ອະທິບາຍບາງທິດສະດີໃນປະຈຸບັນ ກ່ຽວກັບວິທີການ ແລະ ເຫດຜົນ ທີ່ລັດຖະບານຮັບຮອງເອົາບັນທັດຖານກ່ຽວກັບການຄ້າມະນຸດ ແລະ ຜັນຂະຫຍາຍບັນທັດຖານເຫຼົ່ານີ້ເຂົ້າສູ່ຕົວບົດກົດໝາຍ ແລະ ນະໂຍບາຍ. ພາກທີ II ໄດ້ວາງໂຄງຮ່າງກ່ຽວກັບກົດໝາຍວ່າດ້ວຍການປົກປ້ອງຜູ້ຕົກເປັນເຫຍື່ອຂອງການຄ້າມະນຸດ (TVPA) ແລະ ລະບົບໃນໂລກທີ່ເກີດຂຶ້ນຄຽງຄຸ່ກັນ ຄືພິທີສານ Palermo ຂອງສະຫະປະຊາຊາດ. ພາກທີ III ແມ່ນພິຈາລະນາວິທີການທີ່ ບັນດາປະເທດອາຊຽນນຳໃຊ້ ເພື່ອຕອບໂຕ້ຕໍ່ລະບອບການຕ້ານການຄ້າມະນຸດໃນທົ່ວໂລກ. ພາກທີ IV ແມ່ນອະທິບາຍວ່າບັນດາປະເທດອາຊຽນມີຄວາມເຂົ້າໃຈແນວໃດຕໍ່ກັບບັນຫາການຄ້າມະນຸດ. ພາກທີ V ແມ່ນອະທິບາຍວິທີການທີ່ບັນດາປະເທດອາຊຽນນຳໃຊ້ ເພື່ອຕອບໂຕ້ຕໍ່ໄພຈາກກິດຈະກຳດັ່ງກ່າວ ພາຍໃຕ້ TVPA. ພາກທີ VI ພິຈາລະນາການເກີດຂຶ້ນຂອງຂອບໂຄງສ້າງພາກພື້ນ ເພື່ອແກ້ໄຂບັນຫາການຄ້າມະນຸດ. ບົດຄວາມນີ້ໃຫ້ຂໍ້ສະຫຼຸບວ່າ ມາດຕະການຝ່າຍດຽວ ທີ່ຈັດຕັ້ງປະຕິບັດພາຍໃຕ້ TVPA ເປັນການທຳລາຍຂະບວນການລະດັບພາກພື້ນ ແລະ ສ້າງຄວາມເສື່ອມຖອຍ ໃຫ້ແກ່ການຫັນເປັນສາກົນ ຂອງບັນທັດຖານດ້ານສິດທິມະນຸດ ກ່ຽວກັບການຄ້າມະນຸດ.