ການຂາດໂພຊະນາການໃນ ສປປ ລາວ ຍັງຄົງຢູ່ໃນລະດັບສູງທີ່ສຸດໃນໂລກ, ທ່າມກາງການຂະຫຍາຍຕົວຂອງເສດຖະກິດແບບກ້າວກະໂດດ ແລະ ອັດຕາຄວາມທຸກຍາກ ທີ່ຫຼຸດລົງຢ່າງຈະແຈ້ງໃນຊຸມປີຜ່ານມາ. ຄວາມກັງວົນກ່ຽວກັບຄວາມຄືບໜ້າທີ່ຊັກຊ້າ ໃນການຫຼຸດຜ່ອນການຂາດໂພຊະນາການ ໄດ້ສ້າງປະເດັນການຖົກຖຽງດ້ານນະໂຍບາຍຢ່າງດຸເດືອດ ແລະ ກໍໄດ້ມີການສ້າງບົດວິເຄາະຫຼາຍສະບັບ ໃນຊ່ວງສອງສາມປີຜ່ານມາ ກ່ຽວກັບວິກິດການດ້ານໂພຊະນາການຂອງ ສປປ ລາວ ລວມທັງສາເຫດ. ຈົດໝາຍເຫດນະໂຍບາຍສະບັບນີ້ ສະແດງພາບລວມທາງດ້ານຂະໜາດ, ຄວາມຮ້າຍແຮງ, ແລະ ປັດໃຈຕົ້ນຕໍຂອງການຂາດໂພຊະນາການ ໃນເດັກນ້ອຍໃນ ສປປ ລາວ ແລະ ໃຫ້ຄຳແນະນຳສຳລັບການເສີມຂະຫຍາຍ ໂຄງການ ແລະ ການແຊກແຊງເພື່ອສ້າງຄວາມເຂັ້ມແຂງໃນການຮັບມື ກັບບັນຫາການຂາດສານອາຫານໃນປະເທດ. ຈົດໝາຍເຫດນີ້ ແມ່ນຄົ້ນຄວ້າຈາກການວິເຄາະຫຼາຍປັດໄຈ ຂອງການຂາດສານອາຫານ ນອກເໜືອຈາກຕົວເລກສະຖິຕິດ້ານພຶດຕິກັບທີ່ກ່ຽວຂ້ອງກັບໂພຊະນາການ ແລະ ຜົນໄດ້ຮັບຂອງປະເທດ ໂດຍອີງໃສ່ການສຳຫຼວດໃນໄລຍະຜ່ານມາ. ການວິເຄາະນີ້ ປະກອບສ່ວນຕໍ່ຜົນຈາກການປະເມີນທາງດ້ານຄຸນນະພາກ່ຽວກັບການປຶກສາດ້ານໂພຊະນາການທີ່ຜ່ານມາ ແລະ ການຕິດຕາມການຂະຫຍາຍຕົວ ທີ່ດຳເນີນໃນຊ່ວງຕົ້ນປີ 2016 ໃນແຂວງເປົ້າໝາຍ, ເພື່ອສັງລວມຜົນພາຍໃຕ້ຄວາມສາມາດຂອງຂະແໜງສາທາລະນະສຸກ ເພື່ອການບໍລິການສະກັດກັ້ນ ແລະ ແກ້ໄຂບັນຫາກ່ຽວກັບໂພຊະນາການ.