ປະຊາກອນໃນ ສປປ ລາວປະມານ 83 ສ່ວນຮ້ອຍ ແມ່ນຢູ່ເຂດຊົນນະບົດ ແລະ 66 ສ່ວນຮ້ອຍອີງໃສ່ການເຮັດກະສິກຳແບບກຸ້ມຕົນເອງ. ກະສິກຳອິນຊີ ມີທ່າແຮງທີ່ດີ ທັງສຳລັບການ ບໍລິໂພກໃນປະເທດ ແລະ ເພື່ອຕະຫຼາດສົ່ງອອກ. ປະເທດລາວ ລວມມີສີ່ລະບົບການຜະລິດຄື 1) ລະບົບການເຮັດໄຮ່ແບບໝູນວຽນ (ການຖາງປ່າເຮັດໄຮ່) ສ່ວນໃຫຍ່ແມ່ນນຳໃຊ້ ເພື່ອປູກເຂົ້າ ສຳລັບບໍລິໂພກໃນຄົວເຮືອນ, ທັງມີການປູກໝາກເດືອຍ, ງາ, ແລະ ສາລີ ເຊິ່ງເປັນພືດທີ່ສຳຄັນເພື່ອການສົ່ງອອກ. ເຖິງແມ່ນວ່າຈະບໍ່ມີການຢັ້ງຢືນຢ່າງເປັນທາງການ, ລະບົບການຜະລິດນີ້ ຖືວ່າເປັນການປູກແບບອີນຊີ; 2) ເຄື່ອງປ່າຂອງດົງ ທີ່ເກັບມາຈາກປ່າໄມ້ ແລະ ປ່າເລົ່າສຳລັບບໍລິໂພກໃນຄົວເຮືອນ, ຂາຍໃນຕະຫຼາດ ແລະ ເພື່ອການສົ່ງອອກ. ເຄື່ອງປ່າທີ່ສຳຄັນລວມມີ ໜໍ່ໄມ້, ໝາກປີ, ແລະ ໝາກແໜ່ງປ່າ (ສາຍພັນ Amomum); 3) ໝາກໄມ້ ທີ່ປູກຕາມທຳມະຊາດ ໂດຍບໍ່ມີການນຳໃຊ້ວັດຖຸດິບຈາກພາຍນອກ, ແລະ 4) ການຜະລິດແບບອິນຊີເພື່ອປ້ອນຕະຫຼາດ. ລະບົບທີ 1-3 ສ່ວນໃຫຍ່ແມ່ນການຜະລິດແບບອິນຊີໂດຍທຳມະຊາດ ແຕ່ຜະລິດຕະຜົນສ່ວນໃຫຍ່ ບໍ່ໄດ້ຮັບການຮັບຮອງວ່າເປັນແບບອິນຊີ.