ໃນຊ່ວງຕົ້ນປີ 1988, ສະພາລັດຖະມົນຕີຂອງລາວໄດ້ອອກຄຳສັ່ງຕໍ່ກະຊວງ, ຄະນະລັດຖະບານ, ອົງການຈັດຕັ້ງມະຫາຊົນ, ແຂວງ ແລະ ເທດສະບານຕ່າງໆ. ທີ່ມີຊື່ວ່າ ການຍົກລະດັບ ການບໍລິຫານປະຊາກອນ, ເອກະສານສະບັບນີ້ ກ່າວເຖິງວິໄສທັດກ່ຽວກັບຊົນນະບົດຂອງລາວ ເຊິ່ງເນັ້ນການເຊື່ອມໂຍງໃກ້ຊິດ ລະຫວ່າງການພັດທະນາເສດຖະກິດ ກັບຄວາມໝັ້ນຄົງ ແຫ່ງຊາດ. ເອກະສານນີ້ອະທິບາຍວ່າ ການບໍລິຫານປະຊາກອນປະກອບດ້ວຍ: ການລວບລວມສະຖິຕິປະຊາກອນ, ການບັນທຶກສະຖິຕິການເກີດ ແລະ ການຕາຍ, ການອອກບັດປະຊາຊົນ, ການຈັດການການຍ້ານຖິ່ນຖານຂອງປະຊາກອນ, ການຈັດແບບແຜນພູມລຳເນົາ, ລວມທັງການຄົ້ນຫາ ແລະ ສ້າງອາຊີບໃຫ້ແກ່ປະຊາຊົນບັນດາເຜົ່າ ທີ່ບໍ່ມີທີ່ດິນໃນການລ້ຽງຊີບ. ນອກຈາກນີ້ ຍັງກ່າວເຖິງຫຼັກການພື້ນຖານ ທີ່ອະນຸຍາດ ປະຊາຊົນບັນດາເຜົ່າ ມີສິດສະເໝີພາຍຕາມກົດໝາຍ ຮອບດ້ານ ໃນການດຳລົງຊີວິດ ແລະ ກ້າວໄປເຖິງການສົ່ງເສີມສິດ ຂອງພົນລະເມືອງໃນການມີອຳນາດຮ່ວມ ແລະ ການສ້າງສັນແນວຄິດເພື່ອບັນລຸພາລະກິດ ສອງປະການຄື ການປົກປັກຮັກສາ ແລະ ສ້າງສາສັງຄົມນິຍົມ.