ຈຸດປະສົງຂອງບົດຄົ້ນຄວ້າສະບັບນີ້ ແມ່ນເພື່ອອະທິບາຍການໝູນວຽນການຄ້າຜະລິດຕະພັນ ແລະ ສິນຄ້າກະສິກຳປ່າໄມ້ ໂດຍການວິເຄາະກິດຈະກຳທາງການຄ້າ ແລະ ຜູ້ຄ້າເອກະຊົນ ໃນເຂດພູດອຍ. ບົດວິໄຈນີ້ ແມ່ນສຸມໃສ່ເຂດເມືອງງອຍ ແຂວງຫຼວງພະບາງ ທາງພາກເໜືອຂອງລາວ ເຊິ່ງມີປະຫວັດສາດອັນຍາວນານ ກ່ຽວກັບການຄ້າຂາຍເຄື່ອງປ່າຂອງດົງ ໃນຂອບເຂດການຄົ້ນຄວ້າ. ໃນສະໄໝອານາຈັກລ້ານຊ້າງ, ຜູ້ປະສານງານການເມືອງ ເອີ້ນວ່າລ່າມ ໄດ້ເກັບກຳສິນຄ້າກະສິກຳປ່າໄມ້ຈາກຊາວພູດອຍ ເພື່ອເປັນຄ່າອາກອນ ແລະ ຜູ້ຄ້າເອກະຊົນໄດ້ມີການຈັດຊື້ເຄື່ອງປ່າຂອງດົງ, ເປັນຕົ້ນແມ່ນ ຍານ ແລະ ໝາກແນ່ງ. ຕໍ່ມາພາຍໃຕ້ລະບອບຄັອມມູນິດ ໃນໄລຍະລະຫວ່າງປີ 1960 ແລະ 1986, ຜູ້ຄ້າເອກະຊົນ ໄດ້ຖືກປ່ຽນແທນດ້ວຍຮ້ານຂາຍເຄື່ອງພາຍໃຕ້ການຄຸ້ມຄອງຂອງລັດຖະບານ ແລະ ເຮັດໃຫ້ບົດບາດຂອງ ລ່າມ ຫາຍສາບສູນໄປ. ພາຍຫຼັງຍຸກຈິນຕະນາການໃໝ່ໃນປີ 1986, ການຄ້າເຄື່ອງປ່າ ໄດ້ມີການຟື້ນຟູໃນເຂດທີ່ມີການສຶກສາຄົ້ນຄວ້າ ແລະ ນອກຈາກນັ້ນ ຮ້ານຂາຍເຄື່ອງທົ່ວໄປ ແລະ ຕະຫຼາດຮອບວຽນ ໄດ້ເກີດຂຶ້ນຕາມແຄມແມ່ນ້ຳ. ການຟື້ນຟູ ການຄ້າເຄື່ອງປ່າ ແມ່ນເປັນຜົນມາຈາກກະຕຸ້ນຂອງກະແສການໝູນວຽນສິນຄ້າ ເນື່ອງຈາກຮ້ານຂາຍເຄື່ອງທົ່ວໄປໃນທ້ອງຖິ່ນ ແລະ ຕະຫຼາດຮອບວຽນ ແລະ ອື່ນໆ. ໃນຊ່ວງຍຸກ ຈິນຕະນາການໃໝ່, ເຄື່ອງປ່າທີ່ຄ້າຂາຍໃນພື້ນທີ່ສຶກສາ ບໍ່ແມ່ນສະເພາະແຕ່ອາຫານພື້ນເມືອງ ຫຼື ຢາ ແຕ່ຍັງມີສິນຄ້າໃໝ່ທີ່ສົ່ງອອກໄປປະເທດຕ່າງໆ, ໂດຍສະເພາະແມ່ນຈີນ. ຊາຍແດນຮ່ວມກັບໄທ, ຈີນ, ແລະ ຫວຽດນາມທາງພາກເໜືອ ໄດ້ກັບມາເປີດຄືນໃນຕົ້ນຊຸມປີ 1990, ເຊິ່ງພໍ່ຄ້າຊາວຈີນໄດ້ເດີນທາງເຂົ້າມາຊື້ເຄື່ອງປ່າໂດຍກົງ ຢູ່ທາງພາກເໜືອຂອງລາວ. ບົດວິໄຈນີ້ ໃຫ້ການອະທິບາຍວ່າເຫດໃດ ການກະຕຸ້ນຈາກການເຄື່ອນທີ່ຂອງມະນຸດ, ການແຈກຢາຍສິນຄ້າ, ແລະ ການໄຫຼວຽນຂອງຂໍ້ມູນຂ່າວສານ ທີ່ສັງເກດໄດ້ຫຼັງຈາກ ຍຸກຈິນຕະນາການໃໝ່ ຈຶ່ງສົ່ງຜົນກະທົບໃຫຍ່ຫຼວງຕໍ່ການດຳລົງຊີວິດຂອງຊາວພູດອຍ.