ການຮ່ວມມື 20 ປີຂອງບັນດາປະເທດອາຊຽນກ່ຽວກັບການຄ້າມະນຸດ ເວົ້າຫຍັງແດ່ກ່ຽວກັບການລວມຕົວຂອງພາກພື້ນ? ບົດຄົ້ນຄວ້ານີ້ ປະເມີນຄວາມສາມາດ ຂອງບັນດາປະເທດອາຊຽນ ໃນການແກ້ໄຂບັນຫາການຄ້າມະນຸດທີ່ຍືດເຍື້ອໃນພາກພື້ນ. ກຸ່ມອາຊຽນໂດຍລວມ ຖືວ່າເປັັນສະຖານບັນທີ່ອ່ອນນ້ອຍທຽບກັບພາກພື້ນຕ່າງໆໃນໂລກ ແລະ ການຄ້າມະນຸດກໍເປັນບັນຫາທີ່ຫຍຸ້ງຍາກ ແມ້ແຕ່ສຳລັບປະເທດທີ່ມີຄວາມເຂັ້ມແຂງດ້ານສະຖາບັນ ເນື່ອງຈາກມີລັກສະນະຂ້າມຊາດ ແລະ ມີ ນະໂຍບາຍຕ່າງໆທີ່ມີສ່ວນກ່ຽວພັນ ເຊິ່ງກັນແລະກັນ. ຈຸດປະສົງໃນການຄົນຄວ້ານີ້ ແມ່ນເພື່ອຄົ້ນຫາກົນໄກທີ່ບໍ່ເປັນທາງການ ລະຫວ່າງອົງການຈັດຕັ້ງສາກົນ ແລະ ການຮ່ວມມືສາກົນທີ່ມີປະສິດທິພາບ ທີ່ບໍ່ຄ່ອຍເກີດຂຶ້ນ. ຈາກການປະມວນເອກະສານນະໂຍບາຍຂອງ ASEANs ແລະ ການກວດສອບການກະກຽມທາງສະຖາບັນ ແລະ ການຈັດຕັ້ງປະຕິບັດແຫ່ງຊາດ ແຕ່ປີ 1997 ເຖິງ 2015, ບົດຄົ້ນຄວ້ານີ້ ມີສອງຜົນໄດ້ຮັບຕົ້ນຕໍ. ໜຶ່ງ, ການຮ່ວມມືດ້ານການຄ້າມະນຸດໃນອາຊຽນ ເກີດຂຶ້ນໃນຖານະການລິເລີ່ມ ເພື່ອຕໍ່ເຕີມການລວມສູນການຈັດຕັ້ງ ໃນຊ່ວງວິກິດການທາງການເງິນໃນອາຊີ ປີ 1997 ແຕ່ວ່າກໍມີການພັດທະນະ ແລະ ຄຸ້ມຄອງຮັກສາເປັນລຳດັບ ໂດຍຜ່ານການຕົກລົງທີ່ບໍ່ມີພັນທະໃນເບືອງຕົ້ນ. ສອງ, ການຮ່ວມມືອາຊຽນໃນດ້ານການຄ້າມະນຸດ ບໍ່ພຽງແຕ່ຢູ່ໃນເອກະສານເທົ່ານັ້ນ, ແຕ່ມີການຈັດຕັ້ງປະຕິບັດໃນລະດັບພາຍໃນປະເທດ ໃນຮູບຂອງການປະສົມກົມກຽວດ້ານກົດໝາຍ ເຊິ່ງເປັນສັນຍາຂອງຄວາມຄືບໜ້າ ສູ່ການລວມຕົວຂອງພາກພື້ນອາຊຽນ. ໂດຍເນັ້ນໃສ່ຄວາມສະໝັກໃຈ ແລະ ການຄ່ອຍໆສ້າງການຮ່ວມມື, ບົດຄົ້ນຄວ້ານີ້ສະແດງໃຫ້ເຫັນຮູບພາບຄວາມຫວັງ ຂອງການຮ່ວມມືອາຊຽນ ແລະ ສະເໜີວິທີການໃໝ່ໃນການສຶກສາຄົນຄວ້າ ກ່ຽວກັບການລວມຕົວຂອງພາກພື້ນ.